ຄວາມແຕກຕ່າງລະຫວ່າງ Windows x86 (32-bit) ກັບ Windows x64 (64-bit) ແລະ ວິທີກວດເບີ່ງ Windows ວ່າຈັກບິດ?

ຫຼາຍທ່ານເຄີຍສົງໃສກັບຄຳຖາມ ທີ່ວ່າ Windows x86 ຫຼື Windows x64 ມັນແມ່ນລະຫັດຫຍັງແທ້? ເປັນຫຍັງເລກລະຫັດມັນຕ່າງກັນ? ມື້ນີ້ ສສຕ ເຮົາຈະພາມາຫາຄຳຕອບກັນ ວ່າ 32-bit ແລະ 64-bit ຕ່າງກັນແນວໃດ ແລະ ວິທີກວດເບີ່ງວ່າ Windows ຈັກບິດ.
ເລີ່ມຕົ້ນແມ່ນ Microsoft ຜູ້ພັດທະນາລະບົບປະຕິບັດການ Windows ທີ່ເຮົາໃຊ້ຢູ່ທົ່ວໂລກນັ້ນ ໄດ້ຜະລິດລຸ້ນຂອງລະບົບປະຕິບັດການ Windows ອອກມາ 2 ແບບຊຶ່ງໄດ້ແກ່ Windows ລຸ້ນ 32-bit ແລະ 64-bit ເພື່ອຈະໄດ້ແຍກການເຮັດວຽກໄດ້ຢ່າງຊັດເຈນ
ປະເພດຂອງ Windows
Windows 64-bit (ລະຫັດ x64) ສ່ວນຫຼາຍຈະໃຊ້ຄອມພິວເຕີທີ່ໃຊ້ງານປະມວນຜົນໜັກໆເປັນຫຼັກ, ຊຶ່ງ CPU ທີ່ນິຍົມໃນປັດຈຸບັນ Intel Core i9, Core i7, AMD Ryzen 7, Core i5, AMD Ryzen 5 ທີ່ມີໜ່ວຍຄວາມຈຳ (RAM) ຫຼາຍໆ ເຊັ່ນ: 8 GB, 16 GB ເປັນຕົ້ນ. ຊຶ່ງຈຸດເດັ່ນຂອງ Windows 64-bit ແມ່ນຄອມພິວເຕີທີ່ໄດລົງWindows 64-bit ຈະສາມາດເບີ່ງເຫັນ ແລະ ໃຊ້ງານ Ram ໄດ້ຫຼາຍກວ່າແບບ 32-bit ເພາະເຖີງວ່າ Windows 32-bit ຈະມີ Ram ສູງຮອດ 8 GB ແຕ່ກໍ່ສາມາດເບີ່ງ ແລະ ໃຊ້ໄດ້ພຽງແຕ່ປະມານ 3 GB ເທົ່ານັ້ນ ເຊີ່ງຕ່າງຈາກ Windows 64-bit ທີ່ມີ 8 GB ກໍ່ຈະສາມາດເບີ່ງ ແລະ ໃຊ້ງານໄດ້ 8GB, ນອກຈາກນີ້ລຸ້ນ 64bit ຍັງສາມາດໃຊ້ງານໂປຣແກຣມປະເພດ 32-bit ໄດ້.
Windows 32bit (ລະຫັດ x86) ສ່ວນຫຼາຍກໍ່ເປັນຄອມພິວເຕີທົ່ວໆໄປທີ່ໃຊ້ໄວ້ເຮັດວຽກປົກກະຕິ, ປະເພດ Microsoft Word, Excel, ຫຼີ້ນ internet ທຳມະດາ ບໍ່ໄດ້ໃຊ້ງານໂປຣແກຣມ ທີ່ຕ້ອງການການມະວນຜົນຫຼວງຫຼາຍ ແຕ່ຂໍ້ເສຍກໍ່ຄື ບໍ່ສາມາດໃຊ້ງານກັບພວກໂປຣແກຣມ 64-bit ໄດ້.
ເຄື່ອງຄອມພິວເຕີຂອງເຮົາເໝາະສົມກັບ Windows ປະເພດໃດ ລະຫວ່າງ 32-bit ຫຼື 64-bit?
ອາດຈະມີຫຼາຍທ່ານສົ່ງໃສວ່າ ຄອມພິວເຕີ ທີ່ໃຊ້ຢູ່ນັ້ນຖ້າ ຕ້ອງລົງ Windows ໃໝ່ອີກເທື່ອໜຶ່ງ ຈະລົງ Windows 32-bit ຫຼື Windows 64-bit ດີ? ທາງ ສສຕ ຈະແນະນຳດັ່ງລຸ່ມນີ້:
- ຖ້າ CPU ຂອງຄອມພິວເຕີ Support ກັບລະບົບປະຕິບັດການ Windows 64-bit ແນະໃນໃຫ້ລົງ 64-bit ເຊັ່ນ: Core i3 – Core i9, AND Ryzen 3 – Ryzen 7 ກໍ່ສາມາດລົງໄດ້
- ຖ້າ Ram ມີຫຼາຍກວ່າ 4GB ແລ້ວຄວນລົງ 64-bit ເລີຍ ເພາະຈະໄດ້ໃຊ້ງານ Ram ຢ່າງເຕັມປະສິດທິພາບ ເພາະຖ້າລົງ 32-bit ຈະໃຊ້ Ram ແຕ່ 3GB ທີ່ເຫຼືອແມ່ນໃສ່ລ້າໆ
- ຊອບແວ ຫຼື ໂປຣແກຣມຫຼັກໆທີ່ຈະຕ້ອງໃຊ້ຮອງຮັບອັນໃດກໍ່ຄວນຕ້ອງລົງ Windows ປະເພດນັ້ນ, ຕາມຈຸດປະສົງຫຼັກຂອງການນໍາໃຊ້ຄອມພິວເຕີນັ້ນ.
ວິທີກວດເບີ່ງ Windows ວ່າຈັກບິດ
- ຄິກຂວາຢູ່ໄອຄອນ Computer ແລ້ວເລືອກ Properties
- ຈະປະກົດມີໜ້າ Window ຂອງ System ໃຫ້ເຮົາເບີ່ງຢູ່ແຖວ System type ເຮົາຈະເຫັນປະເພດ bit ຂອງ Windows.
Credit : techtippr.com , fossbytes.com