ວິທີການເລືອກຊື້ Micro SD cards ສຳລັບຜູ້ໃຊ້ Smartphone ແລະ Tablet Android
Tags: Micro SD, micro sd cards, ວິທີເລືອກແມັມ

ຫຼາຍທ່ານ ອາດຈະຮູ້ດີຢູ່ແລ້ວວ່າ ໂທລະສັບມືຖື Android ນັ້ນ ຈະມີຊ່ອງສຳລັບໃສ່ Micro SD Card ໄວ້ສຳລັບເພີ່ມຄວາມຈຳ ຊຶ່ງໃນຕະຫຼາດມືຖືນັ້ນ ກໍ່ມີ Micro SD ນີ້ວາງຂາຍເປັນຈຳນວນຫຼວງຫຼາຍຊະນິດ ວັນນີ້ ສສຕ ເຮົາຈະມາບອກວິທີໃນການເລືອກຊື້ Micro SD ໃຫ້ຖືກໃຈ ແລະ ຖືກກັບຈຸດປະສົງການໃຊ້.
ອັນດັບທຳອິດຕ້ອງຮູ້ຈັກຊະນິດຂອງ Micro SD.
Micro SD ນັ້ນ ແຍກອອກເປັນ 4 ຊະນິດ ແຕ່ລະຊະນິດ ລ້ວນມີຄວາມແຕກຕ່າງກັນ.
- SDSC
ຄວາມຈຳ: 128 MB ເຖີງ 2 GB
- SDHC
ຄວາມຈຳ: ຫຼາຍກວ່າ 2 GB ເຖີງ 32 GB
- SDXC
ຄວາມຈຳ: ຫຼາຍກວ່າ 32 GB ເຖີງ 2 TB
- SDUC
ຄວາມຈຳ: ຫຼາຍກວ່າ 2 TB ເຖີງ 128 TB
ອັນດັບທີສອງຕ້ອງຮູ້ຈັກຄວາມໄວ
ໂດຍຄວາມໄວຂອງ Micro SD ແຕ່ລະປະເພດນັ້ນ ກໍ່ລ້ວນແລ້ວແຕກຕ່າງກັນ ຊຶ່ງປົກກະຕິໃນ Micro SD ແຕ່ລະປະເພດກໍ່ຈະມີຕົວເລກລະບຸໄວ້ ຕົວເລກເຫຼົ່ານັ້ນ ແມ່ນ ຄວາມໄວໃນການຖ່າຍໂອນຂໍ້ມູນ ເຊີ່ງໄດ້ແບ່ງເປັນ Class
ຕົວຢ່າງ: ເລກ 2 ໝາຍຄວາມວ່າ ຄວາມໄວໃນການຖ່າຍໂອນຂໍ້ມູນຈະໜ້ອຍສຸດ 2MB ຕໍ່ວິນາທີ ( 1 ວິ ໂອນໄດ້ໜ້ອຍທີ່ສຸດເທົ່າກັບ 2MB )
ເລກ 10 ໝາຍຄວາມວ່າ ຄວາມໄວໃນການຖ່າຍໂອນຂໍ້ມູນຈະໜ້ອຍສຸດ 10 MB ຕໍ່ວິນາທີ ( 1ວິ ໂອນໄດ້ໜ້ອຍທີ່ສຸດເທົ່າກັບ 10 MB)
ອະທິບາຍງ່າຍໆ ແມ່ນ ເລກ Class ຍິ່ງສູງ ການຖ່າຍໂອນຂໍ້ມູນກໍ່ຍິ່ງໄວ ຄືດັ່ງຮູບຈະເຫັນວ່າ Class 10 ແມ່ນຈະໄວກວ່າ Class 2 ແຕ່ສຳລັບມື Android ໃຊ້ແຕ່ Class 4 ຫຼື Class 6 ກໍ່ພຽງພໍແລ້ວ
ສະຫຼຸບ ການເລືອກຊື້ມາໃຊ້ ຄວນເລືອກໃນແບບທີ່ເໝາະຕາມຄວາມຕ້ອງການ ແລະ ເປັນ Micro SD ທີ່ອຸປະກອນຂອງເຮົາຮອງຮັບໄດ້ພ້ອມ
ແຫຼ່ງຂໍ້ມູນ: https://en.wikipedia.org/wiki/SD_card