ແບ່ງປັນການເຊື່ອມຕໍ່ອິນເຕີເນັດມືຖື ກັບໝູ່ເພື່ອນ ຫຼື ຄົນໃນຄອບຄົວ

ທ່ານສາມາດແບ່ງປັນອິນເຕີເນັດມືຖືຂອງໂທລະສັບ Android ໄດ້ ເພື່ອໃຫ້ໂທລະສັບ, ແທັບເລັດ ຫຼື ຄອມພິວເຕີ ເຄື່ອງອື່ນໆເຊື່ອມຕໍ່ອິນເຕີເນັດໄດ້. ການແບ່ງປັນການເຊື່ອມຕໍ່ໃນລັກສະນະນີ້ເອີ້ນວ່າ “ ການເຊື່ອມຕໍ່ອິນເຕີເນັດຜ່ານມືຖື ຫຼື ການໃຊ້ ຮ໋ອສປອດ (Hotspot)”. ໂທລະສັບມືຖື Android ສ່ວນຫຼາຍແບ່ງປັນອິນເຕີເນັດມືຖືໄດ້ມີ 3 ວິທີ: Wi-Fi Hotspot, Bluetooth ຫຼື ສາຍ USB.
Tip: ຂັ້ນຕອນເຫຼົ່ານີ້ຈະມີບາງຂັ້ນຕອນໃຊ້ໄດ້ສະເພາະກັບ Android 9 ຂື້ນໄປເທົ່ານັ້ນ.
ເຊື່ອມຕໍ່ອິນເຕີເນັດຜ່ານມືຖືໂດຍໃຊ້ Wi-Fi Hotspot
ທ່ານແບ່ງປັນອິນເຕີເນັດມືຖືຂອງໂທລະສັບກັບອຸປະກອນອື່ນໆ ໄດ້ສູງຮອດ 10 ເຄື່ອງຜ່ານ Wi-Fi Hotspot
ຂັ້ນຕອນທີ່ 1 ເປີດ Wi-Fi Hotspot ໃນໂທລະສັບມືຖືຂອງທ່ານທີ່ຕ້ອງການຈະແບ່ງປັນ
- ເຂົ້າສູ່ການ”ຕັ້ງຄ່າ (Settings) “ຂອງໂທລະສັບ
- ຄິກ Network & internet ແລ້ວ ເລືອກ Hotspot & tethering
- ເລືອກ Wi-Fi Hotspot
- ເປີດ Wi-Fi Hotspot
- ເພື່ອເບີ່ງ ຫຼື ປ່ຽນແປງການຕັ້ງຄ່າ Wi-Fi Hotspot ເຊັ່ນ: ຊື່ ແລະ ລະຫັດ ໃຫ້ຄິກ Set up Wi-Fi hotspot
ຂັ້ນຕອນທີ່ 2 ເຊື່ອມຕໍ່ອຸປະກອນອື່ນໆກັບ Wi-Fi Hotspot ທີ່ໄດ້ແບ່ງປັນ.
- ໃນອຸປະກອນອື່ນໆ, ເປີດລາຍການເລືອກ Wi-Fi ຂອງເຄື່ອງນັ້ນ
- ເລືອກຊື່ Wi-Fi hotspot ຂອງໂທລະສັບທີ່ແບ່ງປັນ
- ໃສ່ລະຫັດຜ່ານ ແລ້ວເລືອກ ເຊື່ອມຕໍ່ (Connect.)
Tip: ຖ້າທ່ານຢາກໃຫ້ Wi-Fi hotspot ບໍ່ມີລະຫັດ, ເລືອກ None ຢູ່ໃນ Security
ເຊື່ອມຕໍ່ອິນເຕີເນັດຜ່ານມືຖືໂດຍໃຊ້ສາຍ USB
Important: ຄອມພິວເຕີ Mac ບໍ່ສາມາດເຊື່ອມຕໍ່ກັບ Android ໂດຍ USB ໄດ້
- ໃຊ້ສາຍ USB ເຊື່ອມຕໍ່ໂທລະສັບຂອງທ່ານກັບອຸປະກອນອື່ນໆ. ຢູ່ໜ້າຈໍໂທລະສັບມືຖືຈະປະກົດຂຶ້ນມີແຈ້ງເຕືອນຢູ່ເບື້ອງເທີງວ່າ “Connected as a…”
- ເຂົ້າສູ່ “Setting “ຂອງໂທລະສັບມືຖື
- ເລືອກ Hotspot & tethering ແລ້ວເລືອກ Hotspot & tethering.
- ເປີດ USB tethering.
ເທົ່ານີ້ກໍ່ເຊື່ອມຕໍ່ກັບອິນເຕີເນັດໄດ້ແລ້ວ
ເຊື່ອມຕໍ່ອິນເຕີເນັດຜ່ານມືຖືໂດຍໃຊ້ Bluetooth
- ຈັບຄູ່ໂທລະສັບມືຖືຂອງທ່ານກັບອຸປະກອນອື່ນ
- ຕັ້ງຄ່າອຸປະກອນອື່ນທີ່ຕ້ອງການໃຫ້ເຊື່ອມຕໍ່ເຄື່ອຂ່າຍຜ່ານ Bluetooth ເຮັດຕາມວິທີການທີ່ມາພ້ອມກັບອຸປະກອນ
- ເປີດ Settings ຂອງໂທລະສັບ
- ຄິກ Network & Internet > Hotspot & tethering. ຄິກເປີດ Bluetooth tethering.
ວິທີການຂ້າງເທີງນີ້ແມ່ນການແບ່ງປັນກັບເຄື່ອງອື່ນໆ (ຍົກເວັ້ນ ຄອມພິວເຕີ ມີວິທີດັ່ງລຸ່ມນີ້)
ວິທີການເຊື່ອມຕໍ່ອິນເຕີອິນເຕີເນັດມືຖືກັບຄອມພິວເຕີຜ່ານທາງ Bluetooth
ໂທລະສັບ
- ເປີດ Bluetooth ໃນໂທລະສັບຂອງທ່ານ
- ເຂົ້າໄປຫາ Settings > More networks > Tethering and portable hotspot.
- ໂທລະສັບບາງເຄື່ອງ, ທ່ານອາດຈະຊອກ ຕົວເລືອກການເຊື່ອມຕໍ່ໃນສ່ວນ Mobile Data ຫຼື Personal Hotspot
- ໂທລະສັບບາງເຄື່ອງ, ທ່ານອາດຈະຊອກ ຕົວເລືອກການເຊື່ອມຕໍ່ໃນສ່ວນ Mobile Data ຫຼື Personal Hotspot
- ເປີດ Bluetooth tethering
ຄອມພິວເຕີ
- ເປີດ Bluetooth ແລະ ເຊື່ອມຕໍ່ກັບມືຖືຂອງທ່ານ
- ສຳລັບຕົວຢ່າງ, ໃນຄອມພິວເຕີ Windows 10, ຄິກ Start > Settings ຫຼື ປຸ່ມລັດ Windows + I
- ເລືອກ Devices.
- ກວດຄືນ ໄດ້ເປີດແລ້ວຫຼືບໍ່
- ຄິກ Add Bluetooth or other device.
- ຄິກ Bluetooth ແລ້ວເລືອກໂທລະສັບຂອງທ່ານ
- ຄິກ Connect. ແລະຖ້າທ່ານໄດ້ຮັບແຈ້ໃຫ້ຈັບຄູ່ກັບຄອມພິວເຕີຂອງທ່ານ ໃຫ້ຄິກ Pair ຫຼື Yes. ແລ້ວໃນໜ້າຈໍໂທລະສັບ ແລະ ໜ້າຈໍຄອມພິວເຕີຂອງທ່ານຈະສະແດງວ່າ Paired
- ໃນຄອມພິວເຕີ, ໃຫ້ທ່ານ right-click ໄອຄອນ Bluetooth, ແລ້ວເລືອກ Join a Personal Area Network.
- ໃນ ທີ່ເດັງຂຶ້ນມາ ຄິກ right-click ໄອຄອນໂທລະສັບຂອງທ່ານ, ແລ້ວຄິກ Connect using > Access Point
ເທົ່ານີ້ຄອມພິວເຕີທ່ານກໍ່ສາມາດເຊື່ອມຕໍ່ກັບອິນເຕີເນັດໄດ້ແລ້ວ
Photo credit : https://www.jamesnews.com
- ໃນຄອມພິວເຕີ, ໃຫ້ທ່ານ right-click ໄອຄອນ Bluetooth, ແລ້ວເລືອກ Join a Personal Area Network.